Thongsangnang

fullDatetime-to-read.short-label

ເຮັດຕາມນີ້ເລີຍ ລົດເບກແຕກ! ແລ້ວທ່ານຈະປອດໄພ

post.update-date

ບໍ່ເຊື່ອກໍ່ຕ້ອງເຊື່ອ !!! ເຮັດຕາມນີ້ເລີຍ ແລ້ວເຈົ້າຈະປອດໄພໃນການຢຸດລົດງ່າຍໆເວລາ “ ລົດເບກແຕກ ” …

ເປັນອີກໜຶ່ງອຸບັດຕິເຫດທີ່ຄົນມີລົດຢ້ານກົວ ແລະ ບໍ່ຢາກໃຫ້ເກີດຂຶ້ນໃນຊິວິດຂອງຕົນເອງສຳລັບ “ ເບກແຕກ ” ເປັນອາການທີ່ບໍ່ສາມາດຫ້າມລໍ້ລົດໄດ້ ຫຼື ບໍ່ສາມາດຢຸດລົດໄດ້ ອາການເຫຼົ່ານີ້ເກີດຂຶ້ນຈາກສາເຫດ ຂາດການເບີ່ງແຍງຮັກສາລະບົບຫ້າມລໍ້ຢ່າງຖືກຕ້ອງ ຫຼື ເບກອາດໄດ້ຮັບຄວາມເສຍຫາຍຈາກການຂັບຂີ່ ແຕ່ໃຜຈະຮູ້ວ່າອຸບັດຕິເຫດດັ່ງກ່າວຈະເກີດຂຶ້ນກັບຕົນເອງເມື່ອໃດເວລາໃດ.
 

ເຮົາຈຶ່ງນຳເຄັດລັບດີໆໃນການແກ້ໄຂເຫດສຸກເສີນຖ້າຫາກລົດຂອງທ່ານເກີດ “ເບກແຕກ” ໂດຍມີວິທີດັ່ງຕໍ່ໄປນີ້:

1. ຄວບຄຸມສະຕິໃຫ້ດີ ຄິດ ແລະ ຫາວິທີແກ້ໄຂບັນຫາຢ່າງວ່ອງໄວ.

2. ຫ້າມມອດຈັກເພາະຈະເຮັດໃຫ້ສູນເສຍການຄວບຄຸມລົດ.

3. ຖ້າມີຊ່ອງວ່າງໃຫ້ແອບລົດເຂົ້າແຄມທາງຂວາມື, ກຳພວງມາໄລໃຫ້ແໜ້ນ, ຍົກຕີນອອກຈາກຄັນເລັ່ງ

4. ເບກດ້ວຍເຄື່ອງຈັກຜ່ອນຄວາມໄວດ້ວຍການລົງເກຍ ຖ້າເປັນເກຍໂອໂຕໃຫ້ປ່ຽນຈາກຕຳແໜ່ງເກຍ D ມາເປັນເກຍ 3 ແລະຕໍ່າລົງມາເລື້ອຍໆ ( ແຕ່ຫ້າມຂ້າມເກຍລົງມາເປັນ L ເພາະຈະເຮັດໃຫ້ເຄື່ອງຈັກແຕກໄດ້.

5. ໃຊ້ເບກມືຊ່ວຍໃນການຢຸດລົດ ( ກົດປຸ່ມລ໋ອກໄວ້ແລ້ວຄ່ອຍໆດຶງຂຶ້ນ. ບໍ່ຄວນດຶງແບບຮຸນແຮງບາດດຽວເພາະຈະເຮັດລົດເສຍຫຼັກໄດ້ )

#thongsangnang #tsndrivingschool #defensivedriving #Drivingschool #vehiclemaintenance

    870
    2