Thongsangnang

fullDatetime-to-read.short-label

ຄຳວ່າ 'ຈະລາຈອນ', 'ຈາລະຈອນ' ແລະ 'ຈໍລະຈອນ'

ຄຳວ່າ 'ຈະລາຈອນ' ແມ່ນຄຳທີ່ມີເຄົ້າມາຈາກຄຳປາລີ-ສັນສະກິດ 'ຈະຣາຈະຣະ' ເຊິ່ງມີຄວາມໝາຍວ່າ ການເຄື່ອນທີ່ຂອງຄົນ,

ແຕ່ບາງຄັ້ງໃນເວລາເວົ້າ ຫຼືຂຽນ, ໄທເຮົາເຈົ້າຂ້ອຍມັກຫຼົງໄປເວົ້າ ຫຼືຂຽນ ເປັນ 'ຈາລະຈອນ' ເຊິ່ງຖືວ່າຜິດຈາກການສະກົດເດີມຂອງຄຳນີ້.

ດັ່ງນັ້ນ, ເມື່ອຂຽນເຖິງຄຳທີ່ມີຄວາມໝາຍວ່າ ການເຄື່ອນໄຫວໄປມາຂອງຍວດຍານພາຫະຫະຫຼືຄົນຕາມທ້ອງຖະໜົນ ເຮົາຕ້ອງຂຽນໃຫ້ຖືກຕາມການສະກົດຂອງຄຳນີ້ຄື 'ຈະລາຈອນ' ເຊັ່ນ ກົດຈະລາຈອນ, ຕຳຫຼວດຈະລາຈອນ ດັ່ງນີ້ເປັນຕົ້ນ.
 

 
ຄຳວ່າ ຈໍລະຈອນ ເພິ່ນມັກນຳໃຊ້ຢູ່ໃນແວດວົງການເງິນ-ການຄ້າ ເຊັ່ນ ການຈໍລະຈອນສິນຄ້າ, ການຈໍລະຈອນເງິນໃບແສນກີບລົງສູ່ທ້ອງຕະຫຼາດທົ່ວປະເທດ ດັ່ງນີ້ເປັນຕົ້ນ. ເມື່ອເປີດເບິ່ງວັດຈະນານຸກົມທີ່ພິມໃໝ່ ບໍ່ເຫັນຄຳນີ້. ແຕ່ຢູ່ວັດຈະນານຸກົມລາວ-ອັງກິດ ຂອງ Allen D. Kerr ປີ 1972 ແລະວັດຈະນານຸກົມລາວ-ຫວຽດ ປີ 1995 ລ້ວນແຕ່ມີຄຳສັບ ຈໍລະຈອນ ເຊິ່ງມີຄວາມໝາຍດຽວກັບ ຈະລາຈອນ. ພວກເຮົາສາມາດເວົ້າໄດ້ວ່າ ຈໍລະຈອນ ແມ່ນຜ້ຽນສຽງມາຈາກ ຈະລາຈອນ ແລ້ວຖືກນຳໃຊ້ໃຫ້ມີຄວາມໝາຍຕ່າງ ເປັນ ການເຄື່ອນໝູນ ຫຼືການໝູນວຽນ (circulation, circulate)ເຊິ່ງໃຊ້ສະເພາະແຕ່ໃນວົງການຄ້າ-ການເງິນເທົ່ານັ້ນ.
 

 


ທີ່ມາ: facebook ພາສາລາວ https://www.facebook.com/phasalao/
 

 

    5640
    0