top of page

ກວດສອບຟີມກອງແສງເສື່ອມສະພາບ

ຟີມກອງແສງຈະມີການເສື່ອມສະພາບການໃຊ້ງານ



ສໍາລັບຟີມກອງແສງທີ່ໄດ້ມາດຕະຖານສ່ວນຫຼາຍຈະມີອາຍຸການໃຊ້ງານ 5-10ປີ (ຂື້ນຢູ່ກັບຍີ່ຫໍ້ ແລະ ລຸ້ນທີ່ທ່ານຫເລືອກໃຊ້) ແລະ ຟີມກ່ອງແສງຈະມີການເສື່ອມສະພາບການໃຊ້ງານລົງທຸກໆປີ.

ຊຶ່ງຈະມີວິທີການກວດສອບຟີມກອງແສງວ່າເສື່ອມສະພາບ ຫຼື ຍັງ ມີຢູ່ດັງນີ້:

1.​ ກວດເບິ່ງສີຂອງຟີມວ່າມີສີອ່ອນ ຫຼື ຈ່າງລົງຈາກເດີມຫຼືບໍ່

2. ແອບໍ່ຄ່ອຍເຍັນ ພາຍໃນຫ້ອງໂດຍສານມີອຸ່ນຫະພູມສູງ ຫຼື ຮ້ອນຂື້ນຜິດປົກກະຕິ (ອຸນຫະພູມພາຍນອກ ແລະ ລະດັບທີ່ເປິດເທົ່ວເກົ່າ) ໂດຍທັງໝົດທີກ່າວມານີ້ ຄື ໄດ້ໄປກວດເສັກລະບົບແອແລ້ວວ່າຍັງດີຢູ່

3.​ ຟີມພອງ ມີຮອຍຍັບຮອຍຍົ້ນ ຫຼື ມີຟອງອາກາດເປັນຈຸດໆ

ຫາກພົບເຫັນຟີມທີ່ໃຊ້ງານຢູ່ເສືອມສະພາບແລ້ວ ທ່ານຄວນຈະຈັດການປ່ຽນໃຫມ່ຮຽນຮ້ອຍ ແລະ ເລືອກໃຊ້ຍີ່ຫໍ້ທີທີ່ໄດ້ມາດຕະຖານເທົ່ານັ້ນ ເພາະຖ້າໃຊ້ຟີມຍ້ອມສີທີ່ມີຄຸນນະພາບຕໍ່າກວ່າມາດຕະຖານ ອາດຈະໄດ້ປ່ຽນໃຫມ່ເລື້ອຍໆ ເນື່ອງຈາກຟີມບາງຈໍາພວກໃຊ້ງານໄດ້ 1ປີເທົ່ານັ້ນ

34 views0 comments
bottom of page