ການກວດເຊັກລົດ ດ້ວຍຕົນເອງ ເບື້ອງຕົ້ນ
- Thongsangnang
- Dec 5, 2018
- 1 min read
ສະບາຍດີ ທຸກໆຄົນ ມື້ນີ້ເຮົາຈະມາເຮັດການກວດເຊັກລົດ ດ້ວຍຕົນເອງ ເບື້ອງຕົ້ນຊຶ່ງຈະເຮັດໃຫ້ລົດທີ່ເຮົາຮັກໃຊ້ໄດ້ຍາວນານ ຫຼຸດການແປງການລົດຢ່າງໜັກໜ່ວງ ເພາະວ່າການກວດເຊັກລົດໃນເບື້ອງຕົ້ນ ຊ່ວຍເຮັດໃຫ້ເຮົາຮູ້ອາການກ່ອນ ແລ້ວຮີບແກ້ໄຂດີກວ່າປ່ອຍເອົາໄວ້ດົນໆ ແລ້ວຈາກເລື່ອງນ້ອຍຈະກາຍເປັນເລື່ອງໃຫຍ່ທີ່ຈະຮັບໄດ້ ໃນການກວດເຊັກລົດສາມາດເຮັດໄດ້ເທົ່າທີ່ຕ້ອງການບໍ່ຈຳເປັນວ່າຕ້ອງເດີນທາງໄກກ່ອນແລ້ວຄ່ອຍເຮັດ ຖ້າເປັນແນວນັ້ນກໍສາຍເກີນໄປ.
ວິທີທີ່ໄດ້ນຳສະເໜີນີ້ ບໍ່ໄດ້ສະເພາະເຈາະຈົງວ່າແມ່ນລົດລຸ່ນໃດ ແບບໃດ ພຽງແຕ່ຢາກໃຫ້ລອງອ່ານແລ້ວນຳໄປປັບປຸງໃຫ້ເໝາະສົມຕາມແຕ່ລົດທີ່ເຈົ້າຂອງລົດນັ້ນໃຊ້ຢູ່ ໃນຄັ້ງແລກອາດຈະຫຍຸ້ງຍາກສຳລັບຄົນທີ່ບໍ່ໄດ້ຮຽນຮູ້ທາງດ້ານຊ່າງມາກ່ອນ ແຕ່ຖ້າເຮັດຕະຫຼອດຈົນເປັນນິໄສ ຕາມແຕ່ໄລຍະເວລາ ແລະ ຄວາມເໝາະສົມຂອງແຕ່ລະຄົນ ແລ້ວຈະຮູ້ວ່າລົດບໍ່ແມ່ນເລື່ອງຍາກອີກຕໍ່ໄປ ເຮົາດູແລລົດດ້ວຍຕົນເອງ ໃນເບື້ອງຕົນເປັນໂອກາດທີ່ລົດຈະເພລະຫວ່າງທາງໃຫ້ໜ້ອຍທີ່ສຸດນັ້ນເອງ.

ວິທີການກວດເຊັກລົດ ດ້ວຍຕົນເອງ ເບື້ອງຕົ້ນ:
1. ການກວດເຊັກລະດັບ ນໍ້າມັນເຄື່ອງ
2. ການກວດເຊັກລະດັບ ນໍ້າມັນເກຍອໍໂຕ້ ( ສຳຫຼັບລົດເກຍອໍໂຕ້ )
3. ການກວດເຊັກລະດັບ ນໍ້າກັ່ນໃນແບັດເຕີລີ່ ( ສຳຫຼັບແບັດເຕີລີ່ແບບເຕີມນ້ຳກັ່ນ )
4. ການກວດເຊັກລະດັບ ນໍ້າຫຼໍ່ເຢັນໃນໝໍ້ນໍ້າ ແລະ ໃນຖັງນ້ຳພັກສຳຮອງ
5. ການກວດເຊັກລະດັບ ນໍ້າມັນເບກ
6. ການກວດເຊັກລະດັບ ນໍ້າມັນຄາດ ( ສຳຫຼັບລົດເກຍທຳມະດາ )
7. ການກວດເຊັກລະດັບ ນໍ້າມັນພວງມາໄລພາວເວີ
8. ການກວດເຕີມ ນໍ້າໃນຖັງນໍ້າສີດແວ່ນລົດ
9. ການກວດເຊັກ ໄສ້ກອງອາກາດລົດ
10. ການກວດເຊັກ ປັບຕັ້ງ ສາຍພານຄອມແອ
11. ການກວດເຊັກ ປັບຕັ້ງ ສາຍພານໃດສາກ
12. ການກວດເຊັກ ການຮົ່ວຊຶມ ຂອງທໍ່ທາງເດີນຕ່າງໆ
13. ການກວດເຊັກ ການຮົ່ວຊຶມ ບໍລິເວນດ້ານລຸ່ມຂອງເຄື່ອງຍົນ
14. ການກວດເຊັກ ຊ່ວງລ່າງດ້ານຫຼັງ ຊ້າຍ-ຂວາ ແລະ ລະບົບກັນສະເທືອນ
15. ເຮັດການກວດເຊັກ ການຮົ່ວຊຶມຂອງຊຸດເກຍ
16. ການກວດເຊັກ ການຮົ່ວຊຶມຂອງຊຸດເຟືອງທ້າຍ
17. ການກວດເຊັກ ຊ່ວງລ່າງດ້ານຫຼັງ ຊ້າຍ-ຂວາ ແລະ ລະບົບກັນສະເທືອນ
18. ການກວດເຊັກ ຢາງອາໄຫຼ່ ກວດເຕີມລົມຢາງໃຫ້ຫຼາຍກວ່າຢາງປົກກະຕິ
19. ການກວດເຊັກ ລົມຢາງລົດຍົນ ແລະ ສະພາບຂອງຢາງລົດທັງ 4 ລໍ້
20. ການກວດເຊັກ ໄສ້ກອງລະບົບປັບອາກາດຂອງລົດ
21. ການກວດເຊັກ ສັນຍານໄຟເຕືອນຕ່າງໆ ຫຼັງຈາກສະຕາດເຄື່ອງວ່າປົກກະຕິ ຫຼື ບໍ່
22. ການກວດເຊັກ ລະບົບໄຟສ່ອງສະຫວ່າງ ແລະ ໄຟສັນຍານຕ່າງໆ ວ່າພ້ອມໃຊ້ງານ ຫຼື ບໍ່
#thongsangnang #tsndrivingschool #defensivedriving #Drivingschool #vehiclemaintenance #ໂຮງຮຽນວິຊາຊີບການຂັບຂີ່ທົ່ງສ້າງນາງ #ບໍາລຸງຮັກສາສະພາບລົດ
link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link link