
ລາຍລະອຽດ ການກວດເຊັກລົດ ດ້ວຍໂຕທ່ານເອງ
1. ການກວດເຊັກລະດັບ ນໍ້າມັນເຄື່ອງ ໃຫ້ຢູ່ລະຫວ່າງ ຈຸດສູງສຸດ ແລະ ຈຸດຕໍ່າສຸດ ຢ່າປ່ອຍໃຫ້ນໍ້າມັນເຄື່ອງເຫຼືອໃນລະບົບນ້ອຍກວ່າຈຸດຕໍ່າສຸດໂດຍເດັດຂາດ ສຳຫຼັບລົດທີ່ມີປັນຫາຕ້ອງຄອຍເຕີມລ້ຽງເອົາໄວ້.

2. ການກວດເຊັກລະດັບ ນໍ້າມັນເກຍອໍໂຕ້ ( ສຳຫຼັບລົດເກຍອໍໂຕ້ ) ໂປດສຶກສາວິທີການວັດລະດັບນໍ້າມັນເກຍອໍໂຕ້ ຈາກເອກະສານຄູ່ມືປະຈຳລົດກັນອີກຄັ້ງ ເພື່ອຄວາມຖືກຕ້ອງ.

3. ການກວດເຊັກລະດັບ ນໍ້າກັ່ນໃນແບັດເຕີລີ່ ( ສຳຫຼັບແບັດເຕີລີ່ແບບເຕີມນໍ້າກັ່ນ ) ການກວດສອບທັງ 6 ຊ່ອງ ແລ້ວເຕີມນໍ້າກັ່ນຈົນເຖີງລະດັບທີ່ກຳນົດ ສົມມຸດວ່າຊ່ອງໃດຊ່ອງໜຶ່ງ ນໍ້າກັ່ນຂາດຫຼາຍເກີນໄປອາດຈະເຮັດໃຫ້ແບັດເຕີລີ່ທັງລູກ ເສື່ອມ
ຄຸນນະພາບໄວກວ່າປົກກະຕິໄດ້ ເພາະສະນັ້ນ ຕ້ອງໝັ່ນກວດເຊັກ ແລະ ປິດຝາໃຫ້ສະນິດທຸກຄັ້ງ
ເປີດຝາເຕີມນໍ້າກັ່ນ ແລ້ວເບີ່ງວ່າ ເອົາແຕ່ນໍ້າກົດໃນແບັດເຕີລີ່ແຕະທີ່ຂອບພລາສຕິກ ດ້ານລຸ່ມ ເປັນອັນໃຊ້ໄດ້
ນໍ້າທີ່ຢູ່ໃນແບັດເຕີລີ່ = ນໍ້າກົດແບັດເຕີລີ່
ນໍ້າທີ່ເຮົາເຕີມລົງໃນແບັດເຕີລີ່ = ນໍ້າກັ່ນ ເຕີມແຕະຂອບພລາສຕິກດ້ານລຸ່ມ ດັ່ງຮູບ ຄວນໝັ່ນກວດເຊັກຢ່າປ່ອຍໃຫ້ແຫ້ງ.

4. ການກວດເຊັກລະດັບ ນໍ້າຫຼໍ່ເຢັນໃນໝໍ້ນໍ້າ ແລະ ໃນຖັງພັກນໍ້າສຳຮອງ ຕອນເຊົ້າໆ ກ່ອນສະຕາດລົດ ເຄື່ອງຍັງບໍ່ມີຄວາມຮ້ອນ ກໍສາມາດເປີດຝາໝໍ້ນໍ້າອອກມາເບີ່ງໄດ້ ເບີ່ງສີ ເບີ່ງສະພາບ ຖ້າໃຊ້ບໍ່ໄດ້ແລ້ວກໍສົມຄວນປ່ຽນຖ່າຍອອກມາໄດ້ແລ້ວ ອີກຈຸດທີ່ສາມາດເບີ່ງໄດ້ນັ້ນກໍຄືທີ່ຖັງພັກນໍ້າສຳຮອງ.
ໄລຍະເວລາ ໃນການປ່ຽນຖ່າຍ ແນະນຳທຸກໆ 40,000 Km ຫຼື ທຸກໆ 2 ປີ.

5. ການກວດເຊັກລະດັບ ນໍ້າມັນເບກ ໃຫ້ຢູ່ໃນລະດັບທີ່ກຳນົດ ຫາກພົບວ່າມີການລົດລົງ ຄວນຮີບດຳເນີນການກວດເຊັກຈຸດທີ່ຮົ່ວຊຶມ ຫຼື ນຳລົດຂອງທ່ານໄປໃຫ້ຊ່າງຜູ້ຊຳນານກວດສອບສາເຫດ ແລ້ວແກ້ໄຂເພາະວ່າໂດຍປົກກະຕິ ລະບົບນ້ຳມັນເບກ ຈະບໍ່ລົດລົງຫຼາຍເກີນ ຖ້າບໍ່ມີເຫດຜິດປົກກະຕິໃດໆ ມາແຊກຊ້ອນ ຖ້າເບີ່ງແລ້ວພົບວ່າ ມີສີທີ່ດຳຄ້ຳຫຼາຍກວ່າປົກກະຕິ ແລ້ວຄັ້ງສຸດທ້າຍທີ່ປ່ຽນຖ່າຍກໍຈື່ບໍ່ໄດ້ແລ້ວ ກໍເຖີງເວລາຕ້ອງມີການບຳລຸງຮັກສາ ໄລຍະເວລາໃນການປ່ຽນຖ່າຍ ແນະນຳທຸກໆ 40,000 Km ຫຼື ທຸກໆ 2 ປີ.

6. ການກວດເຊັກລະດັບນໍ້າມັນຄຣາດ ( ສໍາລັບລົດຍົນເກຍທຳມະດາ ) ຖ້າພົບວ່າມີການພ່ອງຫຼາຍເກີນໄປ ຄວນຮີບແກ້ໄຂ ກວດເຊັກຈຸດຮົ່ວຊືມ ຫຼື ນຳລົດຂອງທ່ານໄປໃຫ້ຊ່າງຜູ້ຊຳນານງານກວດສອບສາເຫດເພື່ອແກ້ໄຂ ເພາະວ່າໂດຍປົກກະຕິລະບົບນໍ້າມັນຄາດຣ ຈະບໍ່ພ່ອງຫາຍໄປຫຼາຍເກີນ ຖ້າບໍ່ມີເຫດຜິດປົກກະຕິໃດໆມາແຊກຊ້ອນ ຖ້າເບີ່ງແລ້ວພົບວ່າມີສີດຳຄໍ້າຫຼາຍກວ່າປົກກະຕິແລ້ວຄັ້ງສຸດທ້າຍທີ່ປ່ຽນຖ່າຍກໍ່ຈະຈື່ບໍ່ໄດ້ແລ້ວ ກໍ່ຮອດເວລາທີ່ຕ້ອງບຳລຸງຮັກສາແລ້ວ
ໄລຍະເວລາໃນການປ່ຽນຖ່າຍ ແນະນຳທຸກໆ 40,000 km. ຫຼື ທຸກໆ 2 ປີ.

7. ເຮັດການກວດເຊັກນໍ້າມັນພວງມະໄລພາວເວີ້ໃນກະປຸກ ຖ້າພົບວ່າມີການພ່ອງຫາຍໄປ ຄວນຮີບແກ້ໄຂ
ກວດເຊັກຈຸດຮົ່ວຊືມ ຫຼື ນຳລົດຂອງທ່ານໄປໃຫ້ຊ່າງຜູ້ຊຳນານງານກວດສອບສາເຫດເພື່ອແກ້ໄຂ ເພາະວ່າໂດຍປົກກະຕິລະບົບນໍ້າມັນພວງມະໄລພາວເວີ້ຈະບໍ່ພ່ອງ ຖ້າບໍ່ມີເຫດຜິດປົກກະຕິໃດໆ ຖ້າເບີ່ງແລ້ວພົບວ່າມີສີດຳຄໍ້າຫຼາຍກວ່າປົກກະຕິແລ້ວຄັ້ງສຸດທ້າຍທີ່ປ່ຽນຖ່າຍກໍ່ຈະຈື່ບໍ່ໄດ້ແລ້ວ ກໍ່ຮອດເວລາທີ່ຕ້ອງບຳລຸງຮັກສາແລ້ວ
ໄລຍະເວລາໃນການປ່ຽນຖ່າຍ ແນະນຳທຸກໆ 40,000 km. ຫຼື ທຸກໆ 2 ປີ
