top of page

ການຂັບລົດຕົກຂຸມຕະຫຼອດ ຈະມີຜົນເສຍແນວໃດ?

ສ່ວນຫຼາຍສະພາບຖະໜົນບ້ານເຮົາບໍ່ຄ່ອຍດີ ເຕັມໄປດ້ວຍຂຸມ ແລະ ຝາທໍ່ທີ່ບໍ່ສະເໝີກັບພື້ນຖະໜົນ ຊື່ງສ້າງຄວາມເສຍຫາຍໃຫ້ກັບລົດຂອງເຮົາໄດ້.

1. ຊ່ວງລ່າງເສື່ອມສະພາບໄວກ່ອນເວລາອັນຄວນ

ການຂັບລົດຕົກຂຸມຕະຫຼອດ ມີຜົນເສຍໂດຍກົງກັບຊ່ວງລ່າງຂອງຕົວລົດ ເຊັ່ນ ລູກໝາກ, ແລັກ, ໂຊກອັບ,​ ປີກນົກ, ລຸກ . ປືນລໍ້ແຕກ ແລະ ອື່ນໆ ຍິ່ງທ່ານຂັບລົດຕົກຂຸມດ້ວຍຄວາມໄວຫຼາຍ ກໍ່ຈະຍິ່ງສ້າງແຮງກະແທກທີ່ຈະເຮັດໃຫ້ຊ່ວງລາງເສື່ອມສະພາບໄວຍິ່ງຂຶ້ນ.

ດັ່ງນັ້ນ ຫາກຈໍາເປັນຕ້ອງຂັບລົດຜ່ານພື້ນທີ່ມີຂຸມ, ຂຸມບໍ່ ຫຼື ຝາທໍ່ ຄວນຊະລໍ່ຄວາມໄວລົງ ເພື່ອຫຼຸດຜ່ອນແຮງກະແທັກທີ່ເກີດຂຶ້ນ.


2. ຢາງລົດ ແລະ ລໍ້ແມັກ

ການບລົດຕົກຂຸມດ້ວຍຄວາມໄວສູງ ອາດສົ່ງຜົນໃຫ້ຢາງລົດໄດ້ຮັບແຮງກະແທກຈົນໃຫ້ເກີດຢາງບວມໄດ້ ຊຶ່ງຢາງທີ່ບວມເມື່ອໃຊ້ໄປດົນໆ ກໍ່ສ່ຽງຕໍ່ການລະເບິດໄດ້ອີກ ແລະ ຍັງອາດພົບບັນຫາລໍ້ແມັກຄົດ ຫຼື ຫາກຮຸນແຮງກໍ່ເຮັດໃຫ້ເກີດການແຕກຫັກ ໄດ້ເຊັ່ນກັນ.


3. ຊີ້ນສ່ວນລົມ ແລະ ມີສຽງດັງ

ການຂັບລົດທີ່ຕົກຂຸມຕະຫຼອດ ຈະເຮັດໃຫ້ຊີ້ນສ່ວນທີ່ເປັນຈຸດເຊື່ອມຕໍ່ຂອງຕົວຖັງເກີດອາການຫຼົມ ຈົນເປັນສາເຫດໃຫ້ມີສຽງ ກ໋ອກໆ ແກັກໆ ພາຍໃນຫ້ອງໂດຍສານຫຼາຍຂື້ນ ໂດຍສະເພາະການຂັບລົດຕົກຂຸມນັ້ນເອງ. ຮູ້ແບບນີ້ແລ້ວຄວນລີກລ້ຽງປ້ອງກັນບໍ່ໃຫ້ລົດຕົກຂຸມຫຼາຍ ຫຼື ຢ່າງນ້ອຍກໍ່ຊະລໍ່ຄວາມໄວ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍກັບຕົວລົດທ່ານ. ນີ້ເປັນພຽງບາງສ່ວນ ທີ່ມີຜົນກະທົບຕໍ່ລົດທ່ານ.

 

ທີ່ມາຂໍ້ມູນ : Sanook.com

197 views0 comments
bottom of page